SellsBuy eCommerce ຜັກດັນການຮ່ວມມື MOU ກັບສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ (YEAL)

SellsBuy eCommerce ຜັກດັນການຮ່ວມມື MOU ກັບສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ (YEAL)

News

ໃນວັນທີ 7 ສິງຫາ 2025 ທີມຜູ້ບໍລິຫານຂອງ SellsBuy eCommerce ໄດ້ເຂົ້າພົບກັບຄະນະຜູ້ນຳຂອງສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ (YEAL) ໃນບັນຍາກາດທີ່ເປັນມິດ ແລະ ເຕັມໄປດ້ວຍຈິດໃຈຮ່ວມມື.

 

ການພົບປະຄັ້ງນີ້ມີເປົ້າໝາຍເພື່ອສຳຫຼວດໂອກາດໃນການຮ່ວມງານ ຜ່ານການລົງນາມ MOU ໃນຮູບແບບພັນທະມິດທາງທຸລະກິດ ເພື່ອສົ່ງເສີມການຂະຫຍາຍຕະຫຼາດດິຈິຕອນ ສຳ​ລັບ​ສິນ​ຄ້າ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ ແລະ ສ້າງຜົນປະໂຫຍດໃຫ້ແກ່ສະມາຊິກ YEAL ທົ່ວປະເທດ.

ທາງ SellsBuy eCommerce ໄດ້ນຳເສີມກ່ຽວກັບຟັງຊັນໂດດເດັ່ນຂອງແພດຟອມ eCommerce ທີ່ພັດທະນາຂື້ນເພື່ອອຳນວຍຄວາມສະດວກໃນການ:

* ຈັດການສິນຄ້າອອນລາຍຢ່າງມືອາຊີບ

* ຮັບຄຳສັ່ງຊື້ ແລະ ການຂົນສົ່ງທີ່ມີປະສິດທິພາບ

* ປະຕິສຳພັນກັບລູກຄ້າໄດ້ຢ່າງໃກ້ຊິດ ແລະ

* ເພີ່ມມູນຄ່າໃຫ້ກັບສິນຄ້າທ້ອງຖິ່ນ ຜ່ານການຕະຫຼາດອອນລາຍ

ແພດຟອມຂອງ SellsBuy ສາມາດເຊື່ອມຕໍ່ການຂາຍຜ່ານ Website ແລະ Application ທີ່ເຮັດໃຫ້ການຂາຍສິນຄ້າອອນລາຍຂອງຜູ້ປະກອບການງ່າຍຂຶ້ນ ແລະ ຂະຫຍາຍການເຂົ້າເຖິງລູກຄ້າໃໝ່ໄດ້ຢ່າງຫຼາຍຫຼືນ.

ການພົບປະຄັ້ງນີ້ ແມ່ນຂັ້ນຕອນສຳຄັນໃນການສ້າງຄວາມເຂົ້າໃຈລະຫວ່າງກັນ ແລະ ປູທາງໃຫ້ການຮ່ວມງານໃນອະນາຄົດ ເພື່ອຜົນປະໂຫຍດທີ່ຍືນຍົງໃຫ້ແກ່ສະມາຊິກ YEAL ແລະ ຜູ້ປະກອບການລາວໂດຍລວມ.

ໂດຍ: ທິມ​ຂ່າວ SellsBuy