ຮັບຜູ້ຊ່ວຍວຽກ E-commerce
SellsBuy (Web ແລະ App) ເປັນ ສຸນການຄ້າແລະ ສູນສົ່ງເສີມການຂາຍສິນຄ້າລາວ ແລະ ກ້າວສູ່ສາກົນ ໃນຍຸກ digital ມີຄວາມຕ້ອງການຜູ້ຊ່ວຍ ມາຊ່ວຍວຽກດັ່ງນີ້:
ຄຸນສົມບັດ:
- ມີຄວາມຮັບພິຊອບສູງ
- ຕ້ອງມີຄວາມຮູ້ພື້ນຖານພາສາອັງກິດ!
- ມີທັກສະການສື່ສານທີ່ດີ
- ມີຄວາມມັກຄ້າຂາຍທາງອອນລາຍ
- ມີຄວາມສາມາດເລື້ອງ Website ຫລື IT ຈະພິຈາລະນາພິເສດ
ຫນ້າວຽກ:
- ແນະນຳລູກຄ້າ/ເປີດຮ້ານທາງ platform ໃຫ້ລູກຄ້າ ແລະ ເອົາສິນຄ້າຂື້ນລະບົບໃຫ້ລູກຄ້າ
- ປະສານງານກັບຮ້ານສິນຄ້າລາວຕ່າງໆ ເພື່ອເອົາລາຍລະອຽດຮ້ານ ແລະ ສິນຄ້າສຳລັບຮ້ານທີເຫັນດີເປັນສະມາສິກຂອງ platform
- ເຄື່ອນໄຫວກັບງານວາງສະແດງຕ່າງໆ ເພື່ອເຂົ້າຫາຜູ້ຂາຍສິນຄ້າລາວທາງ offline ແລະ ທາງonline
- ເຂົ້າຫາການຄ້າເມືອງ ກູ່ມຜະລິດຕະພັນຕົວແບບ ສິນຄ້າ ODOP ສະມາຄົມ ສະພາການຄ້າຕ່າງໆ
- ຮັບພິຊອບ Content ຂອງເວັບໄຊ
- ຈະເປັນວຽກຫ້ອງການແລະພາກສະຫນາມບາງຄັ້ງຄືໄປພົບຜູ້ຜະລິດສິນຄ້າ/ຮ້ານຄ້າຕ່າງໆ
- ຊ່ວຍວຽກຕາມແນະນຳອື່ນໆ
ພວກເຮົາສະເຫນີເງິນເດືອນທີ່ດີ, ຄ່າຕອບແທນທີ່ພໍໃຈ, ແລະຜົນປະໂຫຍດໄລຍະຍາວ. ເງິນເດືອນລະຫວ່າງ 4.000.000-6.000.000 ກີບ/ເດືອນ ຂື້ນກັບຄວາມສາມາດແລະປະສົບປະການ, ທ່ານໃດສົນໃຈແມ່ນເຊີນສົ່ງ CV ພ້ອມລະບຸວ່າສະຫມັກຕຳແຫນ່ງໃດ ມາທີ່ [email protected]. ຕິດຕໍ່ຂໍ້ມູນເພີ່ມເຕີມໄດ້ທີ່ ຝ່າຍບຸກຄະລາກອນ +856 20 22 991 889 (ໂທ/WhatsApp)