ໃນວັນທີ 7 ສິງຫາ 2025 ທີມຜູ້ບໍລິຫານຂອງ SellsBuy eCommerce ໄດ້ເຂົ້າພົບກັບຄະນະຜູ້ນຳຂອງສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ (YEAL) ໃນບັນຍາກາດທີ່ເປັນມິດ ແລະ ເຕັມໄປດ້ວຍຈິດໃຈຮ່ວມມື.
ການພົບປະຄັ້ງນີ້ມີເປົ້າໝາຍເພື່ອສຳຫຼວດໂອກາດໃນການຮ່ວມງານ ຜ່ານການລົງນາມ MOU ໃນຮູບແບບພັນທະມິດທາງທຸລະກິດ ເພື່ອສົ່ງເສີມການຂະຫຍາຍຕະຫຼາດດິຈິຕອນ ສຳລັບສິນຄ້າຜະລິດຕະພັນ, ການບໍລິການ ແລະ ສ້າງຜົນປະໂຫຍດໃຫ້ແກ່ສະມາຊິກ YEAL ທົ່ວປະເທດ.
ທາງ SellsBuy eCommerce ໄດ້ນຳເສີມກ່ຽວກັບຟັງຊັນໂດດເດັ່ນຂອງແພດຟອມ eCommerce ທີ່ພັດທະນາຂື້ນເພື່ອອຳນວຍຄວາມສະດວກໃນການ:
* ຈັດການສິນຄ້າອອນລາຍຢ່າງມືອາຊີບ
* ຮັບຄຳສັ່ງຊື້ ແລະ ການຂົນສົ່ງທີ່ມີປະສິດທິພາບ
* ປະຕິສຳພັນກັບລູກຄ້າໄດ້ຢ່າງໃກ້ຊິດ ແລະ
* ເພີ່ມມູນຄ່າໃຫ້ກັບສິນຄ້າທ້ອງຖິ່ນ ຜ່ານການຕະຫຼາດອອນລາຍ
ແພດຟອມຂອງ SellsBuy ສາມາດເຊື່ອມຕໍ່ການຂາຍຜ່ານ Website ແລະ Application ທີ່ເຮັດໃຫ້ການຂາຍສິນຄ້າອອນລາຍຂອງຜູ້ປະກອບການງ່າຍຂຶ້ນ ແລະ ຂະຫຍາຍການເຂົ້າເຖິງລູກຄ້າໃໝ່ໄດ້ຢ່າງຫຼາຍຫຼືນ.
ການພົບປະຄັ້ງນີ້ ແມ່ນຂັ້ນຕອນສຳຄັນໃນການສ້າງຄວາມເຂົ້າໃຈລະຫວ່າງກັນ ແລະ ປູທາງໃຫ້ການຮ່ວມງານໃນອະນາຄົດ ເພື່ອຜົນປະໂຫຍດທີ່ຍືນຍົງໃຫ້ແກ່ສະມາຊິກ YEAL ແລະ ຜູ້ປະກອບການລາວໂດຍລວມ.
ໂດຍ: ທິມຂ່າວ SellsBuy