ລາຍຊື່ນິຕິບຸກຄົນຕ່າງປະເທດ ທີ່ຂຶ້ນທະບຽນພາສີ VAT ສປປ ລາວ ສະໜອງສິນຄ້າ ແລະ ບໍລິການດີຈີຕອນ-ຄ້າອິເລັກໂຕຣນິກ

ລາຍຊື່ນິຕິບຸກຄົນຕ່າງປະເທດ ທີ່ຂຶ້ນທະບຽນພາສີ VAT ສປປ ລາວ ສະໜອງສິນຄ້າ ແລະ ບໍລິການດີຈີຕອນ-ຄ້າອິເລັກໂຕຣນິກ

News

ເຖິງ: ບຸກຄົນນິ, ຕິບຸກຄົນ ແລະ ອົງການຈັດຕັ້ງ ໃນຂອບເຂດທົ່ວປະເທດ

ເລື່ອງ: ລາຍຊື່ ນິຕິບຸກຄົນຕ່າງປະເທດ ທີ່ສະໜອງສິນຄ້າດີຈີຕອນ ແລະ ການບໍລິການຮູບແບບດີຈີຕອນ ຫຼື ກິດຈະການຄ້າເອເລັກໂຕຣນິກ ຈາກຕ່າງປະເທດໃຫ້ຜູ້ຊົມໃຊ້ ຢູ່ ສປປ ລາວ ແລະ ຂຶ້ນທະບຽນຢູ່ໃນລະບົບອາກອນມູນຄ່າເພີ່ມ ຢູ່ ສປປ ລາວ.

ຫ້ອງການ ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງທ່ານ ໄດ້ຮັບຊາບ ກ່ຽວກັບ ລາຍຊື່ ນິຕິບຸກຄົນຕ່າງປະເທດ ທີ່ສະໜອງສິນຄ້າດີຈີຕອນ ແລະ ການບໍລິການຮູບແບບດີຈີຕອນ (Digital Platform) ຫຼື ກິດຈະການຄ້າເອເລັກໂຕຣນິກ ຈາກຕ່າງປະເທດໃຫ້ຜູ້ຊົມໃຊ້ ຢູ່ ສປປ ລາວ ແລະ ຂຶ້ນທະບຽນຢູ່ໃນລະບົບ ອາກອນມູນຄ່າເພີ່ມ ຢູ່ ສປປ ລາວ.
ສໍາລັບການຂຶ້ນທະບຽນຂອງບຸກຄົນ, ນິຕິບຸກຄົນ ແລະ ຕ່າງປະເທດ ຜູ້ຢູ່ໃນລະບົບອາກອນມູນຄ່າເພີ່ມໃນການປະຕິບັດພັນທະຈາກການສະໜອງສິນຄ້າດີຈີຕອນ ແລະ ການບໍລິການຮູບແບບດີຈີຕອນ (Digital Platform) ຫຼື ກິດຈະການຄ້າເອເລັກໂຕຣນິກ ຈາກຕ່າງປະເທດ ນັບແຕ່ເດືອນ ມັງກອນ 2025 ເປັນຕົ້ນໄປ ແມ່ນຈະແຈ້ງຜ່ານ
https://taxservice.mof.gov.la  ມີລະອຽດມີດັ່ງນີ້:
ແຫຼ່ງຂໍ້ມູນ: ຂ່າວສານກະຊວງການເງິນ ແລະ MOF Lao
ສາຍດ່ວນກະຊວງການເງິນ:1519
ສາຍດ່ວນສ່ວຍສາອາກອນ:1466