ຮັບຜູ້ຊ່ວຍການຕະຫລາດ E-commerce
SellsBuy (Web ແລະ App) ເປັນ ສູນສົ່ງເສີມການຂາຍສິນຄ້າລາວໃນຍຸກ digital ຊ່ວຍສ້າງມາດຕະຖານ,ຊ່ວຍ SME ລາວເຮົາຂາຍເຄື່ອງສິນຄ້າລາວພາຍໃນ ແລະ ຂາຍສູ່ສາກົນ ທົດແທນການນຳສິນຄ້າເຂົ້າ ແລະ ມີຄວາມຕ້ອງການການຕະຫລາດ ແລະ ການຂາຍ ມາຊ່ວຍວຽກດັ່ງນີ້:
ຄຸນສົມບັດ:
- ມີຄວາມຮັບພິຊອບສູງ
- ຕ້ອງມີຄວາມຮູ້ພື້ນຖານພາສາອັງກິດ!
- ມີທັກສະການສື່ສານທີ່ດີ
- ມີຄວາມສາມາດການຂາຍ ແມ່ນຈະພິຈາລະນາພິເສດ
ຫນ້າວຽກ:
- ເຂົ້າຫາລູກຄ້າຮ້ານຕ່າງໆໃຫ້ມາຂາຍສິນຄ້າໃນລະບົບຂອງພວກເຮົາ
- ປະສານງານໃນການນຳເອົາສິ້ນຄ້າ ການການາບໍລິການໃຫ້ທິມວິຊາການຂື້ນລະບົບໃຫ້ຄົບຕາມລະບົບ
- ເຮັດການຕະຫລາດໃຫ້ສິນຄ້າຂອງລູກຄ້າ ແລະ ເຮັດການຕະຫລາດໃຫ້ກັບລະບົບ SellsBuy
- ຮັບພິຊອບ Content ຂອງເວັບໄຊ
- ປະສານງານກັບຮ້ານສິນຄ້າລາວຕ່າງໆ
- ເຄື່ອນໄຫວກັບງານວາງສະແດງຕ່າງໆ ເພື່ອເຂົ້າຫາຜູ້ຂາຍສິນຄ້າລາວທາງ offline ແລະ ທາງonline
- ເຂົ້າຫາການຄ້າເມືອງ ກູ່ມຜະລິດຕະພັນຕົວແບບ ສິນຄ້າ ODOP ສະມາຄົມ ສະພາການຄ້າຕ່າງໆ
- ແນະນຳໃຫ້ລູກຄ້າເປີດຮ້ານທາງອອນລາຍນຳລະບົບ
- ຊ່ວຍວຽກອືນໆຕາມແນະນຳ
ພວກເຮົາສະເຫນີເງິນເດືອນທີ່ດີ, ຄ່າຕອບແທນທີ່ພໍໃຈ, ແລະຜົນປະໂຫຍດໄລຍະຍາວ. ທ່ານໃດສົນໃຈແມ່ນເຊີນສົ່ງ CV ພ້ອມລະບຸວ່າສະຫມັກຕຳແຫນ່ງໃດ ມາທີ່ [email protected]. ຕິດຕໍ່ຂໍ້ມູນເພີ່ມເຕີມໄດ້ທີ່ 020 22229742 (ໂທ/WhatsApp)