ສຳ​ມະ​ນາ: ​ວິ​ທີ​ເປັນ​ນັກ​ທຸ​ລະ​ກິດ ຄັ້ງ​ທີ 4

ສຳ​ມະ​ນາ: ​ວິ​ທີ​ເປັນ​ນັກ​ທຸ​ລະ​ກິດ ຄັ້ງ​ທີ 4

분류되지 않음

ມາເປັນ​ສ່ວນ​ຫນື່ງ ໃນ​ການ​ສ້າງ​ເສດ​ເສດ​ຖະ​ກິດ ລາວ​ເຮົາ​ເຂັ້ມ​ແຂງ ໂດຍ​ການ ຫັນ​ມາ​ສ້າງ​ຜະ​ລິດ​ຕ​ະ​ພັນ​ພາຍ​ໃນ… ຂ​້າ​ພະ​ເຈົ້າຫຸມ​ພັນ ໄຊ​ຍະ​ລາດ ຍິນ​ດີມາ​ແບ່ງ​ປັນບົດ​ຮຽນ​ປະ​ສົບ​ປະ​ການ​ການ​ເຮັດ​ທຸ​ລະ​ກິດ ແລະ ການ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ລາວ ເສືອ​ໂຄ່ງ​ລຸຍ​ໄຟ  ​ໃນ​ງານ​ສຳ​ມະ​ນາ​ “ສ້າງ​ນັກ​ທຸ​ລະ​ກິດ​ຄັ້ງ​ທີ 3”

ທ່ານຈະ​​ຮຽນຮູ້​ຫ​ຍັງ​ແດ່ຫລັງ​ຈາກ​ງານ​ສຳ​ມະ​ນາ

– ແນວ​ຄວາມ​ຄືດ (Mindset) ທີ​ຖືກ​ຕ້ອງ ຂ​ອງ​ການ​ເປັນ​ນັກ​ທຸ​ລະ​ກິດທີ​ຈະ​ປະ​ສົບ​ຜົນ​ສຳ​ເລັດ

– ການ​ຄົ້ນ​ຫາ​ຊັບ​ພະ​ຍາ​ພາຍ​ໃນ​ແລະ​ພາຍນອກ ກັ່ນ​ຕອງ​ມາ​ເປັນ​ໂອ​ກາດທາງ​ທຸ​ລະ​ກິດ

– ​ການ​ຈະ​ເປັນ​ນັກ​ທຸ​ລະ​ກິດ​ບໍ​ມີ​ເງິນ​ສາ​ມາດ​ເປັນ​ໄດ້​ບໍ?

– ການ​ເຂົ້າ​ຫາ​ແຫລ່ງ​ທືນດອກ​ເບ້ຍ​ຕ່ຳ

– ການ​ສ້າງ​ຜະ​ລິດ​ຕ​ະ​ພັນ​ມາ​ຂາຍ

– ກ​ານ​ສ້າງ​ຍີ່​ຫໍ້

  1. ຊື່ກາ​ສິນ​ຄ້າ (Brand Name)
  2. ສັນ​ຍາ​ລັກ (logo)
  3. ຄຳ​ຂວັນ (slogan)
  4. ຫ​ຸ້ມ​ຫໍ່ (Packaging)

– ການ​ຊອ​ກ​ຫາ​ຜູ້​ສະ​ຫນອງ ດ້ານ​ການ​ຫຸ່ມ​ຫໍ່ ເຄືື່ອງ​ຈັກ​ຫຸ້ມ​ຫໍ່

– ການ​ຂໍ ອ ຢ ແລະ ຈົດ​ທະ​ບຽນ​ຊັບ​ສິນ​ທາງ​ປັນ​ຍາ

– ຈົດ​ທະ​ບຽນ​ເປີດ​ບໍ​ລິ​ສັດ​ ແລະ ຫົວ​ຂໍ້​ອື່ນໆ​ທີ​ຫນ້າ​ສົນ​ໃຈ (​ລາຍ​ລະ​ອຽດ​ຢູ່​ດ້ານ​ລຸ່ມ)

ຜູ້ເຂົ້າຮ່ວມ

  1. ນັກຮຽນ-ນັກສຶກສາ ທີ່ສົນໃຈ​ສ້າງ​ຝັນ​ແຕ່​ຍັງ​ຫນຸ່ມ ສົນ​ໃຈຮຽນຮູ້ທຸ​ລະ​ກິດ
  2. ຜູ້ປະກອບການທີ​ຕ້ອງ​ການ​ສ້າງ​ຜະ​ລິດ​ຕ​ະ​ພັນໃຫ້​ໄດ້​ມາດ​ຕະ​ຖານເພື່ອ​ການ​ສົ່ງ​ອອກ
  3. ຜູ້​ທີ່​ສົນ​ໃຈ​ທົວ່​ໄປ

ຮູບແບບສໍາມະນາ

ບັນຍາຍ ພ້ອມເອກະສານຜ່ານ PowerPoint ແລະ ຍົກຕົວຢ່າງກໍລະນີສຶກສາຂອງ​ເສືອ​ໂຄ່ງ​ລຸຍ​ໄຟ – ຜະ​ລິດ​ຕະ​ພັນ​ຫນັງ​ເຄັມ​ສຳ​ເລັດ​ຮູບ​ພ້ອມ​ຮັບ​ປະ​ທານ ​ມີ​ຂາຍ​ຕາມ​ຮ້ານ​ມິ​ນິ​ມາດ​ທົ່ວ​ໄປ

ຄ່າທຳ​ນຽມ:

ຄ່າເຂົ້າຮ່ວມຝຶກອົບຮົບ 450,000 ກີບ (ລ​ວມອາຫານຫວ່າງ)

ລົງ​ທະ​ບຽນ​ກ່ອນ​ວັນ​ທີ 26/07/2023 ແມ່ນ 450,000 ກີບ

ລົງ​ທະ​ບຽນ​ຫລັງ​ວັນ​ທີ 26/07/2023 ແມ່ນ 500,000 ກີບ

ວັ​ນ​ທີ​ຈັດງານ: ວັນ​ເສົາ ທີ  29/07/2023

ສະ​ຖານ​ທີ​ຈັດ: ຫ້ອງ​ປະ​ຊຸມ ຮ້ານ​ອາ​ຫານ Timeline ສີ​ສັງ​ວອນ

Location:

ເວລາ 08:30-12:00 pm (ພາກ​ເຊົ້າ)

ຈ​ຳ​ນວນ​ຜູ້​ເຂົ້າ​ຮ່​ວມ: 15 ຄົນ

ພາຍຫຼັງຮຽນຈົບ ສ້າງເປັນກຸ່ມທ​າງ WhatsApp ເພື່ອຊ່ວຍເຫຼືອ ແລະ ປືກ​ສາ​ກັນ

ສອບຖາມຂໍ້ມູນລົງ​ທະ​ບຽນ

Tel/Wa : +856 20 22 235 303 (Dr Kethmany)

Email : [email protected]

www.sellsbuy.com

 ກ່ຽວ​ກັບ​ວິ​ທະ​ຍາ​ກອນ:

ຊື່: ທ່ານ ຫຸມ​ພັນ ໄຊ​ຍະ​ລາດ “ໂທ​ນີ”

ປ​ະ​ຫວັດ​ກ່ຽວ​ກັບ​ການ​ເຮັດ​ທຸ​ລະ​ກິດ​ເລີ້ມ​ແຕ່ 2008​ມີ 4 ຂະ​ແຫນງ​ການ​ດັ່ງ​ນີ້:

  1. ປະ​ທ​ານ ແລະ ຜູ້​ກໍ່​ຕັ້ງ: ບໍ​ລິ​ສັດ ນາຍ​ຫນ້າ​ອະ​ສັງ​ຫາ ເຮັນ​ສະ​ບາຍ ຈຳ​ກັດ ຜູ້​ດຽວ – RentsBuy Sole Co., Ltd- Rent & Buy Porperty  ປີ 2008
  2. ປະ​ທ​ານ ແລະ ຜູ້​ກໍ່​ຕັ້ງ: ບໍ​ລິ​ສັດ  ປະ​ເມີນ​ມູນ​ຄ່າ​ຊັບ​ສິນ ລາວ​ວາ​ລູ ຈຳ​ກັດ ຜູ້​ດຽວ ປີ 2019 – Lao Value Proeprty Valuation Sole Co., Ltd in 2019
  3. ປະ​ທ​ານ ແລະ ຜູ້​ກໍ່​ຕັ້ງ: ວິ​ສາ​ຫະ​ກິດ​ສ່ວນ​ບຸກ​ຄົນ ໂຮງ​ຜະ​ລິດ​ແປ​ຮູບ ອາ​ຫານ ລາວ​ບົວ​ຈັນ ປີ 2018 – Buachanfood
  4. ປະ​ທ​ານ ແລະ ຜູ້​ກໍ່​ຕັ້ງ: ບໍ​ລິ​ສັດ ເຊ​ສ໌​ບາຍ ການ​ຄ້າ​ທາງ​ອອນ​ລາຍ ຈຳ​ກັດ​ຜູ້​ດຽວ ​- SellsBuy Ecommerce Sole Co., ltd in 2022

 

 

ເນື້ອ​ໃນ​ລະ​ອຽດຂອງ​ການ​ສຳ​ມະ​ນຳ:

​ພາກ​ທີ 1: ​ ​ແນວ​ຄວາມ​ຄືດ​ທີ​ຈຳ​ເປັນ

  1. ແນວ​ຄວາມ​ຄືດ (Mindset) ທີ​ຖືກ​ຕ້ອງ ຂ​ອງ​ການ​ເປັນ​ນັກ​ທຸ​ລະ​ກິດທີ​ຈະ​ປະ​ສົບ​ຜົນ​ສຳ​ເລັດ
  1. ການ​ຕັ້ງ​ເປົ້າ​ຫມາຍ​ໃນ​ຊີ​ວິດ ແລະ ທຸ​ລະ​ກິດ
  2. ຄວາມ​ສຸກ  VS ຄວາມ​ສຳ​ເລັດ
  3. ການ​ຄົ້ນ​ຫາ​ຕົວ​ເອງ
  4. ນຳ​ໃຊ້​ຊັບ​ພະ​ຍາ​ການ​ພາຍ​ໃນ​ພາຍນອກ​ມາ​ເປັນ​ໂອ​ກາດ​ທາງ​ທຸ​ລະ​ກິດ
  5. ລຳ​ດັບ​ຊັ້ນ​ຂອງ​ລາຍ​ໄດ້

ພາກ​ທີ 2: ​ການ​ສ້າງ​ຜະ​ລິດ​ຕະ​ພັນອາ​ຫານ-ຂອງ​ກັບ​ແກ້ມ ລາວ

  1. ​ການ​ພັດ​ທະ​ນາ ແລະ ສ້າງ​ຜະ​ລິດ​ຕະ​ພັນ
    • ໂອ​ກາດ
    • ​ຜ​ະ​ລິດ​ຕະ​ພັນ
    • ​ຄວາມ​ທ້າ​ທາຍ​ທຸ​ລະ​ກິດ​ຄອບ​ຄົວ ກັບ​ການ​ບໍ​ລິ​ຫານ​ຢ່າງ​ມື​ອາ​ຊີບ
  2. ​ການ​ຄົ້ນ​ຫາ​ຜູ້​ສະ​ຫນອງ​ໃນ​ສາຍ​ການ​ຜະ​ລິດ
    • ​ວັດ​ຖຸ​ດິບ
    • ​ກົນ​ຈັກ​ປະ​ກອບ
    • ​ການ​ຫຸ້ມ​ຫໍ່​ຖະ​ຫນອມ​ອາ​ຫານ
    • ​ການ​ຈົດ​ທະ​ບຽນ​ຊັບ​ສິນ​ທາງ​ປັນ​ຍາ
    • ການຂໍ​ໃບ ອຢ
  3. ​ການ​ເຂົ້າ​ຫາ​ແຫລ່ງ​ທືນ
    • ເງື່ອນ​ໄຂ​ຕ່າງໆ​ຂອງ​ການ​ກູ້​ຢືມ​ກັບ​ທະ​ນາ​ຄານ

​ພາກ​ທີ 3: ​ການ​ຕະ​ຫລາດ

  • ກ​ານ​ສ້າງ​ຍີ່​ຫໍ້
    1. ຊື່ກາ​ສິນ​ຄ້າ (Brand Name)
    2. ສັນ​ຍາ​ລັກ (logo)
    3. ຄຳ​ຂວັນ (slogan)
    4. ຫ​ຸ້ມ​ຫໍ່ (Packaging)
  • ຊ່ອງ​ທາງ​ການ​ຂາຍ​ຈຳ​ຫນ່າຍ​ສິນ​ຄ້າ

ພາບ​ບັນ​ຍາ​ກາດ​ການ​ຈັດ​ຄັ້ງ​ທີ 3 ທີ​ສູນ​ກາງ​ຊາວ​ຫນຸ່ມ ສະ​ມາ​ຄົມ​ນັກ​ທຸ​ລ​ະ​ກິດ​ໜຸ່ມ​

 

ພາບ​ບັນ​ຍາ​ກາດ​ການ​ຈັດ​ຄັ້ງ​ທີ 2 ທີ​ສູນ​ກາງ​ຊາວ​ຫນຸ່ມ 2018

 

ພາບ​ບັນ​ຍາ​ກາດ​ການ​ຈັດ​ຄັ້ງ​ທີ1 ທີ​ສູນ​ກາງ​ຊາວ​ຫນຸ່ມ 2018

 

1 thought on “ສຳ​ມະ​ນາ: ​ວິ​ທີ​ເປັນ​ນັກ​ທຸ​ລະ​ກິດ ຄັ້ງ​ທີ 4”
  • Thanks for sharing superb informations. Your web site is very cool. I am impressed by the details that you have on this website. It reveals how nicely you perceive this subject. Bookmarked this web page, will come back for more articles. You, my pal, ROCK! I found simply the info I already searched everywhere and just could not come across. What an ideal site.

    7월 1, 2025 at 8:29 오후
Leave A Comment